ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທາ​ນາ​ທິ​ບໍດີ ສະຫະລັດ​ອາ​ເມ​ຣິ​ກາ​ ປາຖະ​ໜາ​ຢາກ​ພົບ​ປະ​ກັບປະທານ​ປະເທດ​ຈີນ


     ສຳນັກ​ຂ່າວ​ຫວຽດນາມ​ນິວ​ລາຍ​ງານ ​ວັນ​ທີ 21 ສິງຫາ ​ນີ້​, ​ທ່ານ ໂຈ​ໃບ​ເດັນ ປະທາ​ນາ​ທິ​ບໍດີ ສະຫະລັດ​ອາ​ເມ​ຣິ​ກາ ເປີດເຜີຍ​ວ່າ: ທ່ານ​ປາຖະ​ໜາ
ຢາກ​ພົບ​ປະ​ກັບ ​ທ່ານ ສີ​ຈິ້ນ​ຜິງ ປະທານ​ປະເທດ​ຈີນ ໃນ​ປີ 2023, ໃນ​ສະພາບ​ການ​ທີ່​ເກີດ​ຄວາມ​ຂັດ​ແຍ້ງ​ກັນ​ຫຼາຍ​ດ້ານ​ລະຫວ່າງ​ສອງປະເທດ ​ພື້ນ
ຖານ​ເສດຖະກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ​.

     ກ່ອນ​ໜ້າ​ນີ້​, ​​ທ່ານ ໂຈ​ໃບ​ເດັນ ກໍ​ໄດ້​ມີ​ການ​ພົບ​ປະ​ກັບ​ ທ່ານ ສີ​ຈິ້ນ​ຜິງ ຄັ້ງ​ທຳ​ອິດ​ໃນ​ຖານະ​ເປັນ​ປະທານາທິບໍດີ ເມື່ອ​ເດືອນ ພະຈິກ​ 2022 ຢູ່ ບາ​
ຫຼີ ອິນ​ໂດ​ເນ​ເຊຍ. ເຊິ່ງ​ການ​ພົບ​ປະ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຮ່ວມ​ມື​ກັນ ​ເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ສອງ​ຝ່າຍ. ຄາດ​ວ່າ ປະທາ​ນາ​ທິ​ບໍດີ
ສະຫະລັດ​ອາ​ເມ​ຣິ​ກາ ຈະ​ເຊື້ອ​ເຊີນ​ທ່ານ​ປະທານ​ປະເທດຈີນ ໄປ ລັດ​ຊານ​ຟານ​ຊິສ​ໂກ ໃນ​ເດືອນ ​ພະຈິກ 2023 ນີ້​, ເນື່ອງ​ ໃນ​ໂອກາດ​ ສະຫະລັດ ອາ​
ເມ​ຣິ​ກາ ຈະ​ຈັດ​ກອງ​ປະຊຸມຄວາມຮ່ວມ​ມື​ທາງເສດຖະກິດ ອາຊີ-ປາ​ຊີ​ຟິກ (APEC).

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/08/2023